ເສດຖາ ທະວີສິນ
ນາຍົກລັດຖະມົນຕີໄທ / From Wikipedia, the free encyclopedia
ເສດຖາ ທະວີສິນ (ເກີດ 15 ກຸມພາ ຄ.ສ. 1962) ຊື່ຫຼິ້ນວ ນິດ ເປັນ ນັກທຸລະກິດ ແລະ ນັກການເມືອງຊາວໄທ ເປັນ ນາຍົກລັດຖະມົນຕີຄົນທີ 30 ຂອງໄທ, ອະດີດຫົວໜ້າບໍລິຫານ ແລະ ປະທານບໍລິສັດແສນສິຣິ [1] ພາຍຫຼັງການປະຊຸມຮ່ວມກັນຂອງລັດຖະສະພາ ໃນວັນທີ 22 ສິງຫາ 2023, ເສດຖາ, ເປັນຜູ້ທີ່ສົມຄວນໄດ້ຮັບການແຕ່ງຕັ້ງເປັນນາຍົກລັດຖະມົນຕີ (ຜູ້ສະໝັກຮັບເລືອກຕັ້ງ) ຂອງ ພັກເພື່ອໄທ ໄດ້ຮັບການອະນຸມັດໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ ຖັດຈາກພົນເອກ ປຣະຍຸດ ຈັນໂອຊາ.
ພະນະທ່ານ ເສດຖາ ທະວີສິນ | |
---|---|
ທ່ານເສດຖາ ໃນ ຄ.ສ. 2023 | |
ຊື່ຈິງ | เศรษฐา ทวีสิน |
ເກີດ | (1962-02-15) 15 ກຸມພາ ຄ.ສ. 1962 (62 ປີ) ບາງກອກ ປະເທດໄທ |
ທີ່ຢູ່ປັດຈຸບັນ | ບາງກອກ |
ສັນຊາດ | ໄທ |
ຊື່ອື່ນ | ນິດ |
ຊາດພັນ | ໄທເຊື້ອສາຍຈີນ |
ການສຶກສາ | ມະຫາວິທະຍາໄລແມສຊາຊູເຊສຕ໌ ມະຫາວິທະຍາໄລບັນດິດສຶກສາແຄລຣ໌ມອນຕ໌ |
ຈົບຈາກ | ໂຮງຮຽນສາທິດມະຫາວິທະຍາໄລສີນະຄະຣິນວິໂຣດ ປະສານມິດ |
ອາຊີບ | ນັກທຸລະກິດ ນັກການເມືອງ |
ເປັນທີ່ຮູ້ຈັກຈາກ | ອະດີດປະທານອຳນວຍການແສນສິຣິ ນາຍົກລັດຖະມົນຕີໄທ |
ພັກການເມືອງ | ພັກເພື່ອໄທ (2022–ປັດຈຸບັນ) |
ສາດສະໜາ | ພຸດ |
ນິກາຍ | ເຖຣະວາດ |
ຄູ່ສົມລົດ | ພັກພິໄລ ປະຫຼັດຣັກສາ (ສົມລົດ 1987) |
ບຸດ | ນະພັດ ທະວີສິນ ວະຣັດ ທະວີສິນ ຊະນັນຍາ ທະວີສິນ |
ບິດາມາຣດາ | ອຳນວຍ ທະວີສິນ ຊົດຊ້ອຍ ທະວີສິນ |
ລາຍເຊັນ | |
ເສດຖາ ໄດ້ຮັບການສຶກສາໃນປະເທດ ສະຫະລັດອາເມລິກາ, ລາວຮ່ວມກໍ່ຕັ້ງບໍລິສັດ ແສນສິຣິ ໃນປີ 1988, ເຊິ່ງຕໍ່ມາກາຍເປັນທຸລະກິດພັດທະນາອະສັງຫາລິມະຊັບທີ່ໃຫຍ່ທີ່ສຸດຂອງປະເທດໄທ. ແລະເຮັດໃຫ້ເສດຖາ ເປັນນັກທຸລະກິດອະສັງຫາລິມະຊັບທີ່ຊົງອິດທິພົນ ລາວເປັນໝູ່ສະໜິດຂອງ ທ່ານທັກສິນ ຊິນນະວັດ ແລະອະດີດນາຍົກລັດຖະມົນຕີໄທ ຍິ່ງລັກ ຊິນນະວັດ. ແລະເປັນໜຶ່ງໃນຜູ້ສະໝັກ 3 ທ່ານຈາກພັກເພື່ອໄທ, ຮ່ວມກັບ ແພທອງທານ ຊິນນະວັດ, ລູກສາວຫລ້າຂອງ ທ່ານທັກສິນ, ແລະ ໄຊກະເສມ ນິຕິສິລິ, ອະດີດໄອຍະການສູງສຸດ ໃນ ການເລືອກຕັ້ງທົ່ວໄປ 2023