ບາງກອກ
ນະຄອນຫຼວງຂອງປະເທດໄທ / From Wikipedia, the free encyclopedia
ນະຄອຣຫຼວງບາງກອກ (ໄທ:บางกอก) ຫຼື ກຣຸງເທພມະຫານະຄອຣ (ໄທ:กรุงเทพมหานคร) ແມ່ນນະຄອນຫຼວງແລະນະຄອນທີ່ມີປະຊາກອນຫຼາຍທີ່ສຸດຂອງປະເທດໄທ. ພື້ນທີ່ເມືອງຂະໜາດໃຫຍ່ທີ່ສຸດ ແລະ ແມ່ນເມືອງຫຼັກອັນມີປະຊາກອນຫຼາຍທີ່ສຸດຂອງປະເທດໄທ ເປັນສູນກາງການປົກຄອງ ການສຶກສາ ການຄົມມະນາຄົມຂົນສົ່ງ ການເງິນການທະນາຄານ ການພານິດ ການສື່ສານ ແລະຄວາມຈະເລີນຂອງປະເທດ ແມ່ນທີ່ມີຊື່ຍາວທີ່ສຸດໃນໂລກ ຕັ້ງຢູ່ບົນສາມລ່ຽມປາກແມ່ນ້ຳເຈົ້າພະຍາມີແມ່ນ້ຳເຈົ້າໄຫຼຜ່ານແລະແບ່ງເມືອງອອກເປັນ 2 ຝັ່ງ ຄື ຝັ່ງພະນະຄອນແລະຝັ່ງທົນບຸລີ ໂດຍບາງກອກມີພື້ນທີ່ທັງໝົດ 1,568 ຕາຮາງກິໂລແມັດ ມີປະຊາກອນຕາມຕາມທະບຽນລາສະດອນກວ່າຫ້າລ້ານຄົນເຮັດໃຫ້ບາງກອກເປັນເອກນະຄອນ ( primate city) ຈັດແລະສູນຊຸມຊົນອື່ນຂອງປະເທດໄທດ້ອຍຄວາມສຳຄັນລົງ ມີຜູ້ກ່າວວ່າ ບາງກອກເປັນ "ເອກນະຄອນທີ່ສຸດໃນໂລກ" ເພາະມີປະຊາກອນຫຼາຍກວ່ານະຄອນທີ່ມີປະຊາກອນຫຼາຍເປັນອັນດັບສອງເຖິງສີ່ຊາວເທົ່າ
ບາງກອກ กรุงเทพมหานคร | |
---|---|
ອົງກອນການປົກຄອງສ່ວນທ້ອງຖິ່ນຮູບແບບພິເສດ | |
ຮຽງຕາມເຂັມໂມງຈາກເທິງສຸດ: ວັດເບນຈະມະບໍພິດດຸສິດວະນາຣາມ, ແມ່ນ້ຳເຈົ້າພະຍາ, ເສົາຊິງຊ້າ, ວັດອະຣຸນຣາດຊະວະຣາຣາມ, ອະນຸສາວະລີປະຊາທິປະໄຕ, ຖະໜົນອະໂສກມົນຕີ ແລະ ພະທີ່ນັ່ງຈັກກີມະຫາປາສາດ | |
ຄຳຂວັນ: ກຸງເທບຯ ດຸດເທບສ້າງ ເມືອງສູນກາງການປົກຄອງ ວັດ ວັງ ງາມເຮືອງຮອງ ເມືອງຫຼວງຂອງປະເທດໄທ | |
ແຜນທີ່ປະເທດໄທເນ້ນບາງກອກ | |
ປະເທດ | ປະເທດໄທ |
ພູມສາດ | ພາກກາງ |
ກໍ່ຕັ້ງ | 21 ເມສາ ຄ.ສ. 1782 |
ຍົກເປັນຈັງຫວັດ | ຄ.ສ. 1865 |
ຈັດຮະບຽບເປັນນະຄອນ | 14 ທັນວາ ຄ.ສ. 1972 |
ຜູ້ກໍ່ຕັ້ງ | ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ |
ສາລາວ່າການ | 173 ຖະຫນົນດິນສໍ ແຂວງເສົາຊິງຊ້າ ເຂດພະນະຄອນ ບາງກອກ 10200 |
ການປົກຄອງ | |
• ປະເພດ | ອົງກອນປົກຄອງສ່ວນທ້ອງຖິ່ນຮູບແບບພິເສດ |
• ໜ່ວຍງານ | ກຸງເທບມະຫານະຄອນ |
• ຜູ້ວ່າລາຊະການ | ຊັດຊາດ ສິດທິພັນ |
• ປະຫຼັດ | ຂະຈິດ ຊັດຊະວານິດ |
ພື້ນທີ່ | |
• ອົງກອນການປົກຄອງສ່ວນທ້ອງຖິ່ນຮູບແບບພິເສດ | 1,568.737 ຕລ.ກມ. (Bad rounding here610 ຕລ.ໄມລ໌) |
• ລວມຂອບເຂດ | 7,761.6 ຕລ.ກມ. (Bad rounding here3,000 ຕລ.ໄມລ໌) |
ຄວາມສູງ | 1.5 ແມັດ (Bad rounding here4.9 ຟຸດ) |
ປະຊາກອນ (ຄ.ສ. 2022) | |
• ອົງກອນການປົກຄອງສ່ວນທ້ອງຖິ່ນຮູບແບບພິເສດ | 10,820,921 ຄົນ |
• ຄວາມໜາແໜ້ນ | 6,900 ຄົນ/ຕລ.ກມ. (18,000 ຄົນ/ຕລ.ໄມລ໌) |
• ລວມເຂດ | 15,624,700 ຄົນ |
• ຄວາມໜາແໜ້ນລວມຂອບເຂດ | 2,000 ຄົນ/ຕລ.ກມ. (5,200 ຄົນ/ຕລ.ໄມລ໌) |
ເດມະນິມ | ຊາວກຸງເທບ |
ເຂດເວລາ | UTC+7 (ອິນດູຈີນ) |
ລະຫັດໄປສະນີ | 10### |
ລະຫັດພື້ນທີ່ | 02 |
ໂທລະສັບ | (+66) 0 2246 0301-3 |
ເວັບໄຊ | https://main.bangkok.go.th/ |
ມະຫາວິທະຍາໄລລຳບວກ ( Loughborough University) ຈັດວ່າບາງກອກວ່າເປັນນະຄອນລະດັບແອລຟາລົບ ບາງກອກຍັງເປັນທີ່ມີຕຶກລະຟ້າຫຼາຍທີ່ສຸດເປັນອັນດັບທີ 12 ຂອງໂລກ ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງ ເຊັ່ນ ພະບໍລົມມະຫາລາຊະວັງ ພະທີ່ນັ່ງວິມານເມກ ແລະວັດຕ່າງໆ ນອກຈາກນີ້ ຍັງມີແຫຼ່ງຊອບປິ້ງແລະຄ້າຂາຍທີ່ສຳຄັນ ເຊິ່ງດຶງດູດນັກທ່ອງທ່ຽວຊາວຕ່າງຊາດ ໂດຍໃນປີ ຄ.ສ. 2012 ອົງກອນການທ່ອງທ່ຽວໂລກ (UNWTO) ໄດ້ຈັດອັບບາງກອກເປັນເມືອງທີ່ມີຄົນເຂົ້າ ເປັນອັນດັບ 10 ຂອງໂລກ ແລະອັນດັບ 2 ຊອງເອເຊຍ ໂດຍມີຄົນເດີນທາງຫຼາຍ 26.5 ລ້ານຄົນ ນອກຈາກນີ້ຈາກການຈັດອັນດັບການໃຊ້ຈ່າຍບັດເຄດິດມາສເຕີ້ກາດ ປະຈຳປີ ຄ.ສ. 2014 ບາງກອກມີການໃຊ້ຈ່າຍຜ່ານບັດເຄດິດຂອງນັກທ່ອງທ່ຽວເຖິງ 16.42 ລ້ານດອລລ່າ ເປັນອັນດັບສອງຂອງໂລກ ຮອງແຕ່ພຽງ[[ນະຄອນຫຼວ ລອນດອນ]] ສະຫະລາຊະອານາຈັກ
ບາງກອກແມ່ນເຂດປົກຄອງພິເສດຂອງປະເທດໄທ. ໂດຍບໍ່ໄດ້ມີສະຖານະເປັນຈັງຫວັດ, ເຊິ່ງຄຳວ່າ ບາງກອກ ນັ້ນ ຍັງໃຊ້ເປັນຄຳເອິ້ນສຳນັກງານປົກຄອງສ່ວນທ້ອງຖິ່ນຂອງບາງກອກອີກຕື່ມນຳ. ປັດຈຸບັນບາງກອກໃຊ້ວິທີການເລືອກຕັ້ງຜູ້ບໍລິຫານແບບການເລືອກຕັ້ງຜູ້ບໍລິຫານທ້ອງຖິ່ນໂດຍກົງ
ໃນສະໄໝອານາຈັກອະຍຸທະຍາ ບາງກອກຍັງເປັນ ພຽງສະຖານີການຄ້າຂະໜາດນ້ອຍຢູ່ທີ່ປາກແມ່ນ້ຳເຈົ້າພະຍາ ຕໍ່ມາມີຂະໜາດເພິ່ມຂຶ້ນ ແລະທີ່ຕັ້ງນະຄອນຫຼວງສອງແຫ່ງຄື ນະຄອນທົນບຸລີໃນປີ ຄ.ສ. 1768 ແລະນະຄອນລັດຕະນະໂກສິນ ໃນ ຄ.ສ. 1782 ບາງກອກແມ່ນຫົວໃຈຂອງການເຮັດໃຫ້ປະເທດສະຫຍາມທັນສະໄໝແລະແມ່ນເວທີກາງຂອງການຕໍ່ສູ້ທາງການເມືອງຂອງປະເທດຕະຫຼອດຄິດສະຕະວັດທີ 20 ນະຄອນເຕີບໂຕຢ່າງ ຣວດເຣັວແລະປັດຈຸບັນມີຜົນກະທົບສຳຄັນຕໍ່ການເມືອງ ເສດຖະກິດ ການສຶກສາ ສື່ແລະສົງຄົມສະໄໝໃໝ່ຂອງໄທ ໃນຊ່ວງທີ່ການລົງທຶນໃນອາຊີຮຸ່ງເຮືອງ ເຮັດໃຫ້ບໍລິສັດຂ້າມຊາດຈຳນວນຫຼາຍເຂົ້າມາຕັ້ງສຳນັກງານໃຫຍ່ພາກພື້ນໃນບາງກອກ ເຮັດໃຫ້ບາງກອກເປັນກຳລັງຫຼັກທາງການເງິນແລະທຸລະກິດໃນພາກພື້ນ ນອກຈາກນີ້ຍັງເປັນສູນກາງການຂົນສົ່ງແລະສາທາລະນະສຸກລະຫວ່າງປະເທດແລະກຳລັງເຕີບໂຕເປັນສູນກາງສິລະປະ ແຟຊັ່ນແລະການບັນເທີງໃນພາກພື້ນ ຢ່າງໃດກໍດີ ການເຕີບໂຕຢ່າງຣວດເຣັວຂອງບາງກອກຂສດການວາງຜັງເມືອງ ເຮັດລະບົບໂຄງສ້າງພື້ນຖານບໍ່ພຽງພໍ ຖະໜົນທີ່ຈຳກັດແລະການໃຊ້ລົດສ່ວນບຸກຄົນ ຢ່າງກວ້າງຂວາງສົ່ງຜົນໃຫ້ເກີດປັນຫາຈະລາຈອນແອອັດຊ້ຳເຮື້ອ.