![cover image](https://wikiwandv2-19431.kxcdn.com/_next/image?url=https://upload.wikimedia.org/wikipedia/commons/thumb/c/c4/Pacific_Ocean.png/640px-Pacific_Ocean.png&w=640&q=50)
ມະຫາສະໝຸດປາຊີຟິກ
ມະຫາສະໝຸດ / From Wikipedia, the free encyclopedia
ມະຫາສະໝຸດປາຊີຟິກ (ອັງກິດ: Pacific Ocean, ຝຣັ່ງ: Océan Pacifique) ຕັ້ງຊື່ໂດຍ ເຟີດີນານ ມາເຈນລັນ ວ່າ Mare Pacificum ເປັນພາສາລາແຕັງ ແປວ່າ peaceful sea ພາສາຝະລັ່ງ pacifique (ປາຊີຟິກ) ໝາຍເຖິງ "ສະງົບສຸກ" ເປັນຜືນນ້ຳທີ່ກວ້າງໃຫຍ່ທີ່ສຸດໃນໂລກ ມີພື້ນນ້ຳປະມານ 165,000,000 ຕາລາງກິໂລແມັດ ຫຼື 1 ໃນ 3 ຂອງພື້ນທີ່ຜິວທັງໝົດຂອງໂລກ ຄວາມຍາວໃນແນວເສັ້ນແວງມີລະຍະທາງປະມານ 15,500 ກິໂລແມັດ ຈາກທະເລເບຣິງໃນເຂດອາກຕິກທີ່ຢູ່ທາງເໜືອຈະຫຼົດຮິມຝັ່ງທະເລຣອສໃນອັງຕາກຕິກທີ່ຢູ່ທາງໃຕ້ ມະຫາສະໝຸດປາຊີຟິກມີດ້ານທີ່ກວ້າງທີ່ສຸດຕາມແນວຕາເວັນອອກ-ຕາເວັນຕົກ ຢູ່ທີ່ບໍລິເວນເສັ້ນຂະໜານ 5 ອົງສາເໜືອ ດ້ວຍຄວາມຍາວປະມານ 19,800 ກິໂລແມັດ ຈາກອິນໂດເນເຊຍເຖິງຊາຍຝັ່ງໂກໂລມບີ ສຸດເຂດດ້ານຕາເວັນຕົກ ຄື ຊ່ອງແຄບມະລະກາ ຈຸດທີ່ເລິກທີ່ສຸດໃນໂລກ ຄື ຮ່ອງເລິກມາເຣຍນາ (Mariana Trench) ຢູ່ໃນມະຫາສະໝຸດປາຊີຟິກ ຈຸດທີ່ເລິກທີ່ສຸດວັດໄດ້ 10,911 ແມັດ
ມະຫາສະໝຸດໃນໂລກ |
|
![](http://upload.wikimedia.org/wikipedia/commons/thumb/c/c4/Pacific_Ocean.png/320px-Pacific_Ocean.png)