ສົມເດັດພະເຈົ້າບໍລົມວົງເທີ ກົມພະຍາດຳຣົງຣາຊານຸພາບ
From Wikipedia, the free encyclopedia
ພົນເອກ ສົມເດັດພະເຈົ້າບໍລົມວົງເທີ ກົມພະຍາດຳຣົງຣາຊານຸພາບ (ໄທ: สมเด็จพระเจ้าบรมวงศ์เธอ กรมพระยาดำรงราชานุภาพ, ສມເດັຈພຣະເຈ້າບຣມວງສ໌ເທອ ກຣມພຣະຍາດຳຣງຣາຊານຸພາພ; 21 ມິຖຸນາ ຄ.ສ. 1862 – 1 ທັນວາ ຄ.ສ. 1943) ແມ່ນພະລາຊະໂອລົດໃນພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ ປະສູດແຕ່ເຈົ້າຈອມມານດາຊຸ່ມ ແລະເປັນອົງຕົ້ນລາຊະສະກຸນດິດສະກຸນ ຊົງດຳລົງຕຳແໜ່ງທີ່ສຳຄັນທາງການທະຫານແລະພົນລະເຮືອນ ເຊັ່ນ ເຈົ້າພະນັກງານໃຫຍ່ ຜູ້ບັນຊາການທະຫານບົກ ອະທິບໍດີກົມສຶກສາທິການ (ຕຳແໜ່ງທຽບເທົ່າເສນາບໍດີ) ອົງປະຖົມເສນາບໍດີກະຊວງມະຫາດໄທ ເສນາບໍດີກະຊວງມຸລະທາທອນ ນາຍົກລາຊະບັນດິດຕະຍະສະພາ ອົງຄະນົນຕີໃນພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ພະບາດສົມເດັດພະມົງກຸດເກົ້າເຈົ້າຢູ່ຫົວ ແລະພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ ແລະອະພິລັດຖະມົນຕີໃນພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ
ສົມເດັດພະເຈົ້າບໍລົມວົງເທີ ກົມພະຍາດຳຣົງຣາຊານຸພາບ | |
---|---|
| |
ພະນາມເດີມ | ພະເຈົ້າລູກຍາເທີ ພະອົງເຈົ້າດິດສະວໍຣະກຸມານ |
ພະນາມເຕັມ | ສົມເດັດພະເຈົ້າບໍລົມວົງເທີ ກົມພະຍາດຳຣົງຣາຊານຸພາບ ອິດສະຣິຍະລາບບໍດິນ ສະຫຍາມວິຊິຕິນທະຣະວະໂຣປະການ ມະໂຫລານຣັດຖະປະສາດ ປິຍະມະຫາຣາດນະຣານຸສິດ ໄພສານຣາດຊະກິດຕະຍະກາຣີ ໂບຣານຄະດີປະຫວັດສາດໂກສົນ ຄັມພີຣະນິພົນນິຣຸກຕິປະຕິພານ ຣາດຊະບັນດິດວິທານນິຕິທຳສະໝອນຣົກ ສຶກສາພິວັດປິຍະວາທີ ຂັນຕິສັດຕະຍະສີສຸຈະຫຣິດທາດາ ວິມົນຣັດຕະນະປັນຍາອາຊະວາໄສ ພຸດທາທິໄຕສໍຣະນາທອນ ພິເສດຄຸນາພອນທັນມິກກະນາດບໍພິດ |
ອິສະລິຍະຍົດ | ສົມເດັດພະເຈົ້າບໍລົມວົງເທີ ຊັ້ນ 4 ພະອົງເຈົ້າຊັ້ນເອກ |
ລາຊະວົງ | ດິດສະກຸນ (ລາຊະວົງຈັກກີ) |
ພະອັດຖິ | ຫໍພະນາກ ໃນວັດພະສີຣັດຕະນະສາດສະດາຣາມ ພະບໍລົມມະຫາລາຊະວັງ |
ຂໍ້ມູນສ່ວນພະອົງ | |
ປະສູດ | 21 ມິຖຸນາ ຄ.ສ. 1862(1862-06-21) |
ບ່ອນທີ່ປະສູດ | ນະ ພະບໍລົມມະຫາລາຊະວັງ ບາງກອກ ປະເທດສະຫຍາມ |
ສິ້ນພະຊົນ | 1 ທັນວາ ຄ.ສ. 1943 (81 ປີ) |
ບ່ອນທີ່ສິ້ນພະຊົນ | ນະ ວັງວໍຣະດິດ ອຳເພີປ້ອມປາບສັດຕູພ່າຍ ບາງກອກ ປະເທດໄທ |
ພະບິດາ | ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ |
ພະມານດາ | ເຈົ້າຈອມມານດາຊຸ່ມ |
ໝ່ອມ | 11 ທ່ານ |
ພະໂອລົດ/ທິດາ | 37 ພະອົງ |
ລາຍພະອະພິໄທ |
ນອກຈາກນີ້ ຍັງຊົງພະປີຊາສາມາດໃນດ້ານການສຶກສາ ການປົກຄອງ ການຕ່າງປະເທດ ການສາທາລະນະສຸກ ຫຼັກລັດຖະປະສາດສະນະສາດປຽບທຽບ ປະຫວັດສາດ ບູຮານຄະດີ ແລະສິນລະປະວັດທະນະທຳ ຊົງໄດ້ຮັບພະສະມັນຍານາມເປັນ "ພະບິດາແຫ່ວປະຫວັດສາດແລະບູຮານຄະດີໄທ" ແລະ "ພະບິດາແຫ່ງມັກຄຸເທດໄທ" ຊົງເປັນຜູ້ອຳນວຍການສ້າງຕັ້ງຈຸລາລົງກອນມະຫາວິທະຍາໄລ ໂຮງຮຽນນາຍຮ້ອຍຕຳຫຼວດ ໂຮງຮຽນສວນກຸຫຼາບວິທະຍາໄລ ໂຮງຮຽນເທບສິຣິນ ໂຮງຮຽນຍຸພະລາດວິທະຍາໄລ ເມື່ອວັນທີ 21 ມິຄຸນາ ຄ.ສ. 1962 ກອງປະຊຸມໃຫຍ່ຂອງອົງການເພື່ອການສຶກສາ ວິດທະຍາສາດ ແລະວັດທະນະທຳແຫ່ງສະຫະປະຊາຊາດ (ອຸຍເນສໂກ) ໄດ້ປະກາດຖະຫວາຍສະດຸດີໃຫ້ພະອົງຊົງເປັນບຸກຄົນສຳຄົນຂອງໂລກຄົນທຳອິດຂອງປະເທດໄທ ແລະວັນທີ 27 ພະຈິກ ຄ.ສ. 2001 ຄະນະລັດຖະມົນຕີໄດ້ມີມະຕິໃຫ້ວັນທີ 1 ທັນວາ ຂອງທຸກປີ ຊຶ່ງຕົງກັບວັນຄ້າຍວັນສິ້ນພະຊົນຂອງພະອົງເປັນ ວັນດຳຣົງຣາຊານຸພາບ ກຳໜົດຂຶ້ນເພື່ອເປັນການຖະຫວາຍຄວາມລຳລຶກເຖິງພະກະລຸນາທິຄຸນອັນເປັນອະເໜກອະນັນຂອງສົມເດັດພະເຈົ້າບໍລົມວົງເທີ ກົມພະຍາດຳຣົງຣາຊານຸພາບ ອົງປະຖົມເສນາບໍດີກະຊວງມະຫາດໄທ ແລະບຸກຄົນສຳຄັນຂອງໂລກຄົນທຳອິດຂອງປະເທດໄທ