ປະເທດຟິຈີ
From Wikipedia, the free encyclopedia
ຟິຈີ (ອັງກິດ: Fiji, /ˈfiːdʒi/ ( ຟັງສຽງ); ຟິຈີ: Viti, [ˈβitʃi]; ຮິນດີຟິຈີ: फ़िजी) ຫຼື ຊື່ທາງການແມ່ນ ສາທາລະນະລັດຟິຈີ (ອັງກິດ: Republic of Fiji; ຟິຈີ: Matanitu ko Viti; ຮິນດີຟິຈີ: फ़िजी गणराज्य) ເປັນປະເທດໝູ່ເກາະໃນພາກພື້ນເມລາເນຊີ ທາງພາກໃຕ້ຂອງມະຫາສະໝຸດປາຊີຟິກ ສ່ວນໜຶ່ງຂອງໂອເຊອານີ ຕັ້ງຢູ່ຫ່າງຈາກປະເທດນູແວນເຊລັງໄປທາງຕາເວັນອອກສຽງເໜືອປະມານ 1,100 ໄມລ໌ທະເລ (2,000 ກິໂລແມັດ) ຟິຈີປະກອບດ້ວຍກຸ່ມເກາະຫຼາຍກວ່າ 330 ເກາະ ໃນຈຳນວນມີຜູ້ຢູ່ອາໄສຖາວອນປະມານ 110 ເກາະ ແລະ ຍັງມີເກາະນ້ອຍອີກກວ່າ 500 ເກາະ ລວມພື້ນທີ່ທັງໝົດປະມານ 18,300 ຕາລາງກິໂລແມັດ ກຸ່ມເກາະທີ່ຢູ່ຫ່າງໄກທີ່ສຸດແມ່ນ Ono-i-Lau ປະຊາກອນປະມານ 87% ຂອງປະຊາກອນຟິຈີທັງໝົດ 898,760 ຄົນອາໄສຢູ່ເທິງເກາະຫຼັກພຽງ 2 ເກາະເຊັ່ນ:ວິຕີເລວູ ແລະ ວານູອາເລວູ ໂດຍປະຊາກອນກວ່າ 75% ອາໄສຢູ່ໃນບໍລິເວນຊາຍຝັ່ງເກາະວິຕີເລວູ ເຊິ່ງເປັນທີ່ຕັ້ງຂອງເມືອງຫຼວງຟິຈີ ຊູວາ ລວມທັງສູນການເມືອງຂະໜາດນ້ອຍເຊັ່ນ: ນາດີ ທິ່ເຊິ່ງການທ່ອງທ່ຽວເປັນອຸດສາຫະກຳຫຼັກໃນທ້ອງຖິ່ນ ແລະ ລາອູໂຕກາ ເຊິ່ງມີຄວາມໂດດເດັ່ນໃນດ້ານອຸດສາຫະກຳອ້ອຍ ສ່ວນພື້ນທີ່ຊັ້ນໃນຂອງເກາະມີຜູ້ຄົນອາໄສຢູ່ຢ່າງເບົາບາງເນື່ອງຈາກວ່າພູມສັນຖານເປັນພູ.[13]
ສາທາລະນະລັດ ຟິຈີ
| |
---|---|
ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ຊູວາ[2] 18°10′S 178°27′E |
ພາສາລັດຖະການ | |
ໂຣຕູມັນ | |
ກຸ່ມຊົນເຜົ່າ (2016[4]) |
|
ສາສະໜາ |
|
ການປົກຄອງ | ລັດດ່ຽວ ສາທາລະນະລັດລະບົບລັດຖະສະພາ |
• ປະທານາທິບໍດີ | Wiliame Katonivere |
• ນາຍົກລັດຖະມົນຕີ | ຊິຊິເຟນິ ຣຳບູກາ |
ສະພານິຕິບັນຍັດ | ລັດຖະສະພາ |
ເອກະລາດ ຈາກ ສະຫະລາຊະອານາຈັກ | |
• ປົກຄອງຕົນເອງ | 10 ຕຸລາ ຄ.ສ 1970 |
7 ຕຸລາ ຄ.ສ 1987 | |
ພື້ນທີ່ | |
• ລວມ | 18,274 ຕາລາງກິໂລແມັດ (7,056 ຕາລາງໄມລ໌) (ອັນດັບທີ 151) |
ໜ້ອຍຫຼາຍ | |
ປະຊາກອນ | |
• 2018 ປະມານ | 926,276[6] (ອັນດັບທີ 161) |
• ສຳມະໂນປະຊາກອນ 2017 | 884,887[7] |
46.4 ຕໍ່ຕາລາງກິໂລແມັດ (120.2 ຕໍ່ຕາລາງໄມລ໌) (ອັນດັບທີ 148) | |
GDP (ອຳນາດຊື້) | 2018 (ປະມານ) |
• ລວມ | 9.112 ຕື້ໂດລາສະຫະລັດ[8] |
• ຕໍ່ຫົວ | 10,251 ໂດລາສະຫະລັດ[8] |
GDP (ລາຄາຕະຫຼາດ) | 2018 (ປະມານ) |
• ລວມ | 5.223 ຕື້ໂດລາສະຫະລັດ[8] |
• ຕໍ່ຫົວ | 5,876 ໂດລາສະຫະລັດ[8] |
ຈີນີ (2013) | 36.4[9] ປານກາງ |
HDI (2019) | 0.743[10] ສູງ · ອັນດັບທີ 93 |
ສະກຸນເງິນ | ໂດລາຟິຈີ (FJD) |
ເຂດເວລາ | UTC+12 (FJT) |
• ລະດູຮ້ອນ (ເວລາອອມແສງ) | UTC+13[11] (FJST[12]) |
ຮູບແບບວັນທີ | ວວ/ດດ/ປປປປ |
ຂັບລົດດ້ານ | ຊ້າຍມື |
ລະຫັດໂທລະສັບ | +679 |
ລະຫັດອິນເຕີເນັດ | .fj |
ເວັບໄຊ fiji.gov.fj |