ປະເທດຊີເລ
ສາທາລະນະລັດໃນອາເມຣິກາໃຕ້ / From Wikipedia, the free encyclopedia
ຊີເລ ຫຼື ຊິລີ[10] (ອັງກິດ ແລະ ແອັດສະປາຍ: Chile, ສຽງອ່ານພາສາແອັດສະປາຍ: [ˈtʃile]) ມີຊື່ຢ່າງເປັນທາງການແມ່ນ ສາທາລະນະລັດຊີເລ ຫຼື ສາທາລະນະລັດຊິລີ (ອັງກິດ: Republic of Chile; ແອັດສະປາຍ: República de Chile) ເປັນປະເທດທາງທິດຕາເວັນຕົກຂອງທະວີບອາເມຣິກາໃຕ້ ຄວບຄຸມດິນແດນຍາວ ແລະ ແຄບເຊິ້ງຕັ້ງຢູ່ລະຫວ່າງພູເຂົາແອນດິດ ທິດຕາເວັນອອກກັບມະຫາສະໝຸດປາຊີຟິກທາງຕາເວັນຕາເວັນຕົກ ຊີເລມີເນື້ອທີ່ 756,096 ຕາລາວກິໂລແມັດ (291,930 ຕາລາງໄມລ໌) ແລະ ມີປະຊາກອນ 17.5 ລ້ານຄົນໃນປີ 2017[6] ຊີເລເປັນທີ່ຢູ່ທາງໃຕ້ສຸດຂອງໂລກ ຢູ່ໃກ້ທະວີບແອນຕາກຕິກຫຼາຍທີ່ສຸດ ແລະ ມີອານາເຂດຕິດກັບປະເທດເປຣູທາງທິດເໜືອຕິດກັບປະເທດໂບລີວີທາງທິດຕາເວັນອອກສຽງເໜືອ ຕິດກັບປະເທດອາກຊັງຕີນທາງທິດຕາເວັນອອກ ແລະ ຕິດຊ່ອງແຄບເດຣັກທາງທິດໃຕ້ຊຸດ ຊີເລຍັງຄວບຄຸມໝູ່ເກາະຈວນ ເຟນັນເດຊ ເກາະຊາລັສ ໂດອິເມຊ ໝູ່ເກາະເດດເບນຕູຣາດັດ ແລະ ເກາະອິສເຕີໃນມະຫາສະໝຸດປາຊີຟິກ ນອກຈາກນີ້ຍັງອ້າງກຳມະສິດເໜືອພື້ນທີ່ປະມານ 1,250,000 ຕາລາງກິໂລແມັດ (480,000 ຕາລາງໄມລ໌) ຂອງທະວີບອັງຕາກຕິກໃນນາມຊີລຽນອັງຕາກຕິກເທຣິທໍຣີ ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດຂອງປະເທດແມ່ນຊານຕິອາໂກ ແລະ ພາສາປະຈຳຊາດແມ່ນພາສາແອັດສະປາຍ.
ສາທາລະນະລັດຊີເລ República de Chile (ແອັດສະປາຍ)
| |
---|---|
ພື້ນທີ່ທີ່ປະເທດຊີເລຄວບຄຸມສະແດງໃນຂີຂຽວເຂັ້ມ; ພື້ນທີ່ທີ່ອ້າງສິດແຕ່ບໍ່ໄດ້ຄວບຄຸມສະແດງໃນສີຂຽວອ່ອນ | |
ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ຊານຕິອາໂກa 33°26′S 70°40′W |
ພາສາລັດຖະການ | ແອັດສະປາຍ |
ພາສາເວົ້າອື່ນໆ | ອັງກິດ, ເຢຍລະມັນ, ອິຕາລີ, ມາປູເຊ, ໄອມາຣາ, ເຄຊົວ, ອື່ນໆ |
ກຸ່ມຊົນເຜົ່າ (2012)[1] |
|
ສາສະໜາ (2020)[2] |
|
ການປົກຄອງ | ລັດດ່ຽວ ສາທາລະນະລັດລະບົບປະທານາທິບໍດີ |
• ປະທານາທິບໍດີ | ກາບຣີເອລ ເບຣິຊ |
• ປະທານວຸດທິສະພາ | ຈິເມນາ ຣິງກອນ |
• ປະທານສະພາຜູ້ແທນລາຊະດອນ | ດິເອໂກ ເປົາເຊນ |
• ປະທານສະພາຮ່າງລັດຖະທຳມະນູນ | ເອລິຊາ ລອງກອນ |
ສະພານິຕິບັນຍັດ | ສະພາແຫ່ງຊາດ |
• ສະພາສູງ | ວຸດທິສະພາ |
• ສະພາລຸ່ມ | ສະພາຜູ້ແທນລາຊະດອນ |
ເອກະລາດ ຈາກແອັດສະປາຍ | |
• ລັດຖະບານທະຫານ | 18 ກັນຍາ 1810 |
• ປະກາດເອກະລາດ | 12 ກຸມພາ 1818 |
• ໄດ້ຮັບການຮັບຮອງ | 25 ເມສາ 1844 |
• ລັດຖະທຳມະນູນສະບັບປັດຈຸບັນ | 11 ກັນຍາ 1980 |
ພື້ນທີ່ | |
• ລວມ | 756,096.3[3] ຕາລາງກິໂລແມັດ (291,930.4 ຕາລາງໄມລ໌) (ອັນດັບທີ 37) |
2.1 (ໃນປີ 2015)[4] | |
ປະຊາກອນ | |
• 2022 ປະມານ | 18,430,408[5] (ອັນດັບທີ 66) |
• ສຳມະໂນປະຊາກອນ 2017 | 17,574,003[6] (ອັນດັບທີ 64) |
24 ຕໍ່ຕາລາງກິໂລແມັດ (62.2 ຕໍ່ຕາລາງໄມລ໌) (ອັນດັບທີ 198) | |
GDP (ອຳນາດຊື້) | 2022 (ປະມານ) |
• ລວມ | 568.319 ຕື້ໂດລາສະຫະລັດ[7] (ອັນດັບທີ 45) |
• ຕໍ່ຫົວ | 28,526 ໂດລາສະຫະລັດ[7] (ອັນດັບທີ 64) |
GDP (ລາຄາຕະຫຼາດ) | 2022 (ປະມານ) |
• ລວມ | 317.594 ຕື້ໂດລາສະຫະລັດ[7] (ອັນດັບທີ 45) |
• ຕໍ່ຫົວ | 15,941 ໂດລາສະຫະລັດ[7] (ອັນດັບທີ 62) |
ຈີນີ (2021) | 46[8] ສູງ |
HDI (2021) | 0.855[9] ສູງຫຼາຍ · ອັນດັບທີ 42 |
ສະກຸນເງິນ | ເປໂຊຊີເລ (CLP) |
ເຂດເວລາ | UTC−4 ຫາ −6 (CLT และ EASTc) |
• ລະດູຮ້ອນ (ເວລາອອມແສງ) | UTC-3 ຫາ −5 |
ເມສາ ຫາ ກັນຍາ | |
ຮູບແບບວັນທີ | ວວ/ດດ/ປປປປ |
ຂັບລົດດ້ານ | ຂວາມື |
ລະຫັດໂທລະສັບ | +56 |
ລະຫັດອິນເຕີເນັດ | .cl |
|