ສະຫຍາມ
From Wikipedia, the free encyclopedia
ສະຫຍາມ (ໄທ: สยาม) (ອັກສອນລະຕິນ: Siam,ອັກສອນເທວະນາຄີ: श्याम (ຄຳເຄົ້າ: ສຍາມ) ເຄີຍເປັນຊື່ເອິ້ນປະເທດໄທໃນອະດີດ ແຕ່ບໍ່ແມ່ນຊື່ທີ່ຄົນໄທເອີ້ນຕົນເອງ ລາຊະບັນດິດຍະສະຖານລະບຸວ່າສະຫຍາມເປັນຊື່ເອີ້ນດິນແດນແລະກຸ່ມຊົນທີ່ອາໄສໃນດິນແດນມາຕັ້ງແຕ່ສະໄໝບູຮານ
ສະຫຍາມເປັນຊື່ຢ່າງເປັນທາງການຂອງໄທຕັ້ງແຕ່ລັດຊະການພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວເປັນຕົ້ນມາ ກ່ອນປ່ຽນເປັນ "ໄທ" ເມື່ອວັນທີ່ 24 ມິຖຸນາ ຄ.ສ.1939 ພະມະຫາກະສັດຊົງໃຊ້ຊື່ "ສະຫຍາມ" ໃນການເຮັດສົນທິສັນຢາກັບຕ່າງຊາດເປັນເວລາຫຼາຍສະຕະວັດ ເນື່ອງຈາກລາຊະອານາຈັກປະກອບດ້ວຍຄົນຫຼາຍຊາດພັນ ເຊັ່ນ ໄທ ລາວ ມອນ ຍວນ ຂະເໝນ ແຂກ ຈີນ ຝະລັ່ງ ແລະມະລາຍູ ພະມະຫາກະສັດໄທຈຶງເອິ້ນດິນແດນແຫ່ງນີ້ວ່າ ປະເທດສະຫຍາມ ເພື່ອຄວາມເປັນອັນໜຶ່ງ ອັນດຽວກັນຂອງປະຊາຊົນ ອີກທັງຊື່ສະຫຍາມນັ້ນ ກໍຍັງຄົງເປັນທີ່ຮູ້ຈັກກັນຢ່າງແພ່ຫຼາຍໃນວົງການວິຊາການຂອງຕ່າງປະເທດອີກດ້ວຍ
ໃນປັດຈຸບັນມີຄວາມພະຍາຍາມທີ່ຈະປ່ຽນຊື່ປະເທດໄທກັບໄປເປັນສະຫຍາມ ແຕ່ຄົນໄທເດີມບໍ່ເອີ້ນຕົວເອງວ່າ ສະຫຍາມ ກັບເປັນຄົນກຸ່ມມອນ-ຂະເໝນທີ່ເອີ້ນຄົນທີ່ໃຊ້ພາສາຕະກູນໄທ-ລາວ ດ໋ຽວນີ້ຊາວບູ (ມອນ-ຂະເໝນ) ໃນເຂດມຸກດາຫານເອີ້ນພວກຜູ້ໄທວ່າຊຽມ ຮວມເຖິງໃນເຂດຈີນ-ພະມ້າ ຄົນໄທມັກຖືກພວກລະວ້າເອີ້ນວ່າຊຽມແລະໂດຍລັກສະນະການເອີ້ນຊື່ຊົນຊາດອື່ນ ສ່ວນຫຼາຍເປັນຄຳບໍ່ຄ່ອຍດີ ຊຽມຫຼືສະຫຍາມ ອາດເປັນຄຳທີ່ບໍ່ຄ່ອຍດີກໍໄດ້ ເໝືອນທີ່ຈີນເອີ້ນຜູ້ໄທວ່າ ໄປ່ເຍວ່ ຫຼື ລາວ ເອີ້ນພວກທີ່ເວົ້າພາສາມອນ-ຂະເໝນວ່າ "ຂ່າ" ເປັນຕົ້ນ ພໍບໍ່ຮູ້ຄຳວ່າຄວາມໝາຍກໍເອົາຄຳວ່າ "ຂ່າ" ໄປເປັນຊື່ຊົນຊາດໄປ ທັງທີ່ມາຈາກການເຫຍີຍດຫຍາມ