ແຮ່ໄພໄຣ
From Wikipedia, the free encyclopedia
ແຮ່ ໄພໄຣ (pyrite), ຫຼື ແຮ່ເຫຼັກໄພໄຣ, ຮູ້ກັນໃນອີກຊື່ໜຶ່ງວ່າ ຄຳຄົນໂງ່ (fool's gold), ແມ່ນທາດ ເຫຼັກຊຸນຟິດ ທີ່ມີ ສູດທາງເຄມີ ວ່າ FeS2. ຄວາມມັນເງົາ ແລະ ສີເຫຼືອງເສົ້າຂອງແຮ່ທາດຊະນິດນີ້ ເຮັດໃຫ້ມັນມີລັກສະນະພາຍນອກຄ້າຍຄືກັບຄຳ, ດັ່ງນັ້ນມັນຈຶ່ງມີຊື່ເອີ້ນອີກຊື່ໜຶ່ງວ່າ ຄຳຄົນໂງ່. ສີຂອງມັນຍັງນຳໄປສູ່ຊື່ເອີ້ນແບບອື່ນໆເຊັ່ນ: brass, brazzle ແລະ Brazil, ໂດຍໃນເບື້ອງຕົ້ນຖືກໃຊ້ເພື່ອກ່າວເຖິງແຮ່ໄພໄຣທີ່ພົບໃນ ຖ່ານຫີນ.[1][2]
ແຮ່ໄພໄຣແມ່ນແຮ່ຊຸນຟິດທີ່ພົບໄດ້ໂດຍທົ່ວໄປ. ຄຳວ່າໄພໄຣ (pyrite) ແມ່ນໄດ້ຮັບມາຈາກພາສາເກຣັກ ຄຳວ່າ πυρίτης (pyritēs), ເຊິ່ງແປວ່າ "ແຫ່ງໄຟ" ຫຼື "ໃນໄຟ",[3] ເຊິ່ງຄຳເຄົ້າແມ່ນ πύρ (pyr), ແປວ່າ "ໄຟ".[4] ໃນສະໄໝໂຣມັນບູຮານ, ຊື່ນີ້ໄດ້ໃຊ້ເອີ້ນຫີນຫຼາຍຊະນິດທີ່ສ້າງໝັດໄຟເມື່ອນຳໄປສຽດສີກັບເຫຼັກ; Pliny the Elder ໄດ້ອະທິບາຍເຖິງລັກສະນະຂອງແຮ່ຊະນິດນີ້ວ່າມີສີຄ້າຍຄືກັບທອງເຫຼືອງ (brassy), ເຊິ່ງເປັນສິ່ງອ້າງອີງເຖິງສິ່ງທີ່ເຮົາເອີ້ນວ່າໄພໄຣ (pyrite) ໃນປັດຈຸບັນ.[5] ຈົນກະທັງຮອດສະໄໝຂອງ ຈໍຈຽສ ອະກຣິໂກລາ (Georgius Agricola), ຄ.ສ. 1550, ຄຳສັບດັ່ງກ່າວໄດ້ກາຍມາເປັນຊື່ເອີ້ນທົ່ວໄປຂອງແຮ່ຊຸນຟິດທັງໝົດ.[6]
ໂດຍທົ່ວໄປຈະພົບວ່າແຮ່ໄພໄຣມີຄວາມກ່ຽວຂ້ອງກັບທາດຊຸນຟິດ ຫຼື ອົດຊິດອື່ນໆໃນສາຍແຮ່ຄວອດສ໌ (quartz), ຫີນຕະກອນ, ແລະ ຫີນແປ (metamorphic rock), ເຊັ່ນດຽວກັບໃນຊັ້ນຫີນຂອງຖ່ານຫີນ ແລະ ໃນແຮ່ທາດທີ່ເຂົ້າແທນທີ່ກະດູກໃນຟອສຊິວ. ເຖິງວ່າຈະຖືກເອີ້ນວ່າຄຳຂອງຄົນໂງ່, ບາງຄັ້ງກໍພົບວ່າມີແຮ່ຄຳປະລິມານເລັກໜ້ອຍປະສົມຢູ່ໃນແຮ່ໄພໄຣ. ຄຳ ແລະ ອາເຊນິກ ມີການຈັບຕົວກັນເຂົ້າມາແທນທີ່ຢູ່ໃນໂຄງສ້າງຂອງແຮ່ໄພໄຣ. ໃນແຫຼ່ງແຮ່ຄຳທີ່ເກີດໃນຫີນຕະກອນລະດັບຕື້ນ, ແຮ່ໄພໄຣທີ່ມີສ່ວນປະກອບຂອງອາເຊນິກຈະມີຄຳປະສົມຢູ່ໃນປະລິມານສູງເຖິງ 0.37% ຂອງນ້ຳໜັກທັງໝົດ.[7]