ແຂວງສະຫວັນນະເຂດ
From Wikipedia, the free encyclopedia
ແຂວງສະຫວັນນະເຂດ ຫຼື ນະຄອນໄກສອນພົມວິຫານ (ປັດຈຸບັນ) (ຄຳເຄົ້າ: ແຂວງສະຫວັນນະເຂດ [1]) ເປັນແຂວງໜຶ່ງຂອງ ສ.ປ.ປ.ລາວ ຕັ້ງຢູ່ທາງພາກກາງ ທິດຕາເວັນອອກຕິດກັບປະເທດຫວຽດນາມ, ທິດຕາເວັນຕົກຕິດກັບປະເທດໄທ, ທິດເໜືອຕິດກັບແຂວງຄຳມ່ວນ, ທິດໃຕ້ຕິດກັບແຂວງສາລະວັນ ເປັນແຂວງ ໃຫຍ່ອັນດັບໜຶ່ງຂອງ ສ.ປ.ປ.ລາວ.
ສະຫວັນນະເຂດ | |
---|---|
ແຂວງ | |
ຮ້ານອາຫານໃນແມ່ນ້ຳຂອງ | |
ແຜນທີ່ຂອງແຂວງສະຫວັນນະເຂດ | |
ທີ່ຕັ້ງຂອງແຂວງສະຫວັນນະເຂດໃນປະເທດລາວ | |
ພິກັດ: 16.54°N 105.78°E / 16.54; 105.78 | |
ປະເທດ | ລາວ |
ເມືອງເອກ | ເມືອງໄກສອນ ພົມວິຫານ |
ເຂດເວລາ | UTC+07 |
ລະຫັດ ISO 3166 | LA-XI |
ສະຫວັນນະເຂດ ມີປະຊາກອນອາໄສຫລາຍທີ່ສຸດປະມານ 15% ຂອງປະຊາກອນທົ່ວປະເທດສ່ວນໃຫຍ່ເປັນລາວລຸ່ມ, ໄທດຳ... ເປັນແຂວງທີ່ມີພື້ນທີ່ກວ້າງໃຫຍ່ເປັນອັນດັບໜຶ່ງ ຂອງລາວ ສະຫວັນນະເຂດຫ່າງຈາກແຂວງຄຳມ່ວນມາທາງທິດໃຕ້ປະມານ 80 ກິໂລແມັດ ຢູ່ທາງທິດເຫນືອຂອງແຂວງສາລະວັນ ມີແມ່ນ້ຳຂອງເປັນຊາຍແດນທຳມະຊາດ.
ເມື່ອວັນທີ 20 ທັນວາ ຄ.ສ 2006 ໄດ້ມີພິທີເປີດຂົວມິດຕະພາບລາວ-ໄທ ແຫ່ງທີ 2 ຢ່າງເປັນທາງການ ເຊິ່ງຂົວນີ້ເປັນຂົວເຊື່ອມແລວທາງເສດຖະກິດຕາເວັກຕົກ - ຕາ ເວັນອອກ ລະຫວ່າງ ຫວຽດນາມ-ລາວ-ໄທ-ພະມ້າ ເຮັດໃຫ້ແຂວງສະຫວັນນະເຂດເປັນເສັ້ນທາງການຄ້າທີ່ສຳຄັນຂອງລາວ ແລະ ລັດຖະບານລາວຍັງໄດ້ ປະກາດສ້າງຕັ້ງ ເຂດເສດຖະກິດພິເສດ ສະຫວັນ-ເຊໂນ ເພື່ອເປັນການສົ່ງເສີມ ແລະ ດຶງດູດການລົງທຶນ.