ຢ່າງກຸ້ງ
ອະດີດນະຄອນຫຼວງຂອງພະມ້າແລະເປັນນະຄອນຫຼວງຂອງເຂດຢ່າງກຸ້ງ / From Wikipedia, the free encyclopedia
ຢ່າງກຸ້ງ[3] ຫຼື ຍານໂກນ (ພະມ້າ: ရန်ကုန်, MLCTS rankun mrui, ອອກສຽງ: [jàɴɡòʊɴ mjo̰] ຍານໂກນ ມໂຍ; "ອະວະສານສົງຄາມ"[4]) ຫຼື ຣ່າງກຸ້ງ (ອັງກິດ: Rangoon) ແມ່ນນະຄອນຫຼວງຂອງເຂດຢ່າງກຸ້ງ ຢ່າງກຸ້ງເປັນນະຄອນຫຼວງຂອງພະມ້າຈົນຮອດປີ ຄ.ສ. 2006 ເມື່ອລັດຖະບານຍ້າຍນະຄອນຫຼວງໄປຍັງເມືອງເນປິດໍໃນພາກກາງຂອງປະເທດພະມ້າ ຢ່າງກຸ້ງເປັນເມືອງທີ່ໃຫຍ່ທີ່ສຸດຂອງປະເທດມີປະຊາກອນກວ່າ 7 ລ້ານຄົນ ແລະເປັນສູນກາງການຄ້າທີ່ສຳຄັນທີ່ສຸດຂອງພະມ້າ[5]
ຢ່າງກຸ້ງ ရန်ကုန် ຣ່າງກຸ້ງ | |
---|---|
ມະຫານະຄອນ | |
ຕາມເຂັມໂມງຈາກດ້ານເທິງ: ເຈດີຊະເວດາກອງ, ມຸມມອງທາງອາກາດໃຈກາງເມືອງຢ່າງກຸ້ງ, ອາຄານຍຸກອານານິຄົມຕາມຖະໜົນ, ທະເລສາບກັນດໍຈີ, ເຈດີສຸເລ, ສານສູງເມືອງຢ່າງກຸ້ງ | |
Lua error in Module:Location_map at line 522: Unable to find the specified location map definition: "Module:Location map/data/Burma" does not exist. | |
ພິກັດ: 16°51′N 96°11′E | |
ປະເທດ | ພະມ້າ |
ເຂດ | ເຂດຢ່າງກຸ້ງ |
ຕັ້ງຖິ່ນຖານ | ຮາວ ຄ.ສ. 1028–1043 |
ການປົກຄອງ | |
• ນາຍົກເທດສະມົນຕີ | ໝ່ອງ ໝ່ອງ ໂຊ |
ພື້ນທີ່[1] | |
• ເຂດເມືອງ | Bad rounding here230 ຕລ.ໄມລ໌ (598.75 ຕລ.ກມ.) |
• ລວມຂອບເຂດ | Bad rounding here3,900 ຕລ.ໄມລ໌ (10,170 ຕລ.ກມ.) |
ປະຊາກອນ (2014) | |
• ມະຫານະຄອນ | 7,360,703[2] ຄົນ |
• ເຂດເມືອງ | 5,160,512 ຄົນ |
• ນອກເມືອງ | 2,200,191 ຄົນ |
• ชาติพันธุ์ | ພະມ້າ, ພະມ້າເຊື້ອສາຍຈີນ, ພະມ້າເຊື້ອສາຍອິນເດຍ, ຊິນ, ຍະໄຂ, ມອນ, ກະຫຼ່ຽງ, ໄທໃຫຍ່, ກະຍາ, ກະສິ່ນ |
• ศาสนา | ພຸດ, ຄຣິສ, ຮິນດູ, ອິສະລາມ |
ເດມະນິມ | Yangoner |
ເຂດເວລາ | UTC+6:30 (MST) |
ລະຫັດພື້ນທີ່ | 01 |
ທະບຽນພາຫະນະ | YGN |
ເວັບໄຊ | www |
ຢ່າງກຸ້ງມີຈຳນວນອາຄານຍຸກອານານິຄົມຫຼາຍທີ່ສຸດໃນພູມິພາກນີ້[6] ແລະເປັນໃນຍຸກອານານິຄົມທີ່ມີເອກະລັກສະເພາະຕົວ[7] ເສດຖະກິດຍຸກອານານິຄົມມີສູນກາງບໍລິເວນຮອບເຈດີສຸເລເຊິ່ງຂຶ້ນຊື່ວ່າເກົ່າແກ່ກວ່າ 2,000 ປີ[8] ເມືອງນີ້ຍັງເປັນທີ່ຕັ້ງຂອງເຈດີຊະເວດາກອງ ເຊິ່ງແມ່ນເຈດີທີ່ສັກສິດທີ່ສຸດໃນພະມ້າ ຢ່າງກຸ້ງຍັງເປັນທີ່ຕັ້ງສຸສານຂອງຈັກກະພັດໂມກຸນອົງສຸດທ້າຍ ເຊິ່ງຖືກອັງກິດເນລະເທດມາຍັງຢ່າງກຸ້ງຫຼັງການຈະລາຈົນຂອງອິນເດຍໃນປີ ຄ.ສ. 1857
ຢ່າງກຸ້ງມີໂຄງສ້າງພື້ນຖານບໍ່ພຽງພໍເມື່ອທຽບກັບເມືອງໃຫຍ່ອື່ນໆ ໃນອາຊີຕາເວັນອອກສຽງໃຕ້ ແມ້ນວ່າຈະມີການປັບປຸງອາຄານທີ່ຢູ່ອາໄສແລະອາຄານເຊິງພານິດເກົ່າແກ່ຫຼາຍແຫ່ງໃນໃຈກາງເມືອງຢ່າງກຸ້ງ ແຕ່ມຸມມອງຈາກດາວທຽມບໍລິເວນໂດຍຮອບສ່ວນໃຫຍ່ຂອງເມືອງ ຍັງມີຄວາມຢາກຈົນແລະຂາດໂຄງສ້າງຂັ້ນພື້ນຖານ[9]