ພາສາພະມ້າ
From Wikipedia, the free encyclopedia
ພາສາພະມ້າ ຫຼື ພາສາມຽນມາ (မြန်မာဘာသာ, MLCTS: myanma bhasa, [mjəmà bàðà]) ແມ່ນພາສາລາຊະການຂອງປະເທດພະມ້າ ຈັດຢູ່ໃນຕະກູນພາສາຍ່ອຍທິເບດ-ພະມ້າ ອັນເປັນສາຂາຍ່ອຍຂອງຕະກູນພາສາ ໂດຍເປັນພາສາແມ່ຂອງຄົນປະມານ 32 ລ້ານຄົນໃນພະມ້າ ແລະເປັນພາສາທີ່ສອງຂອງຊົນກຸ່ມນ້ອຍໃນພະມ້າ ແລະໃນປະເທດອິນເດຍ ປະເທດບັງກະລາເທດ ປະເທດມາເລເຊຍ ປະເທດໄທ ແລະສະຫະລັດອາເມລິກາ ພາສາພະມ້າເປັນພາສາທີ່ມີລະດັບສຽງ ຫຼືວັນນະຍຸກ ມີວັນນະຍຸກ 4 ສຽງແລະຂຽນໂດຍໃຊ້ອັກສອນພະມ້າ ເຊິ່ງດັດແປງຈາກອັກສອນມອນອີກເທື່ອໜຶ່ງ ແລະຈັດເປັນສະມາຊິກໃນຕະກູນອັກສອນພາມໝີ ລະຫັດ ISO 639 ສຳລັບພາສາພະມ້າຄື 'my' ແລະລະຫັດ SIL ຄື BMS
ບົດຄວາມນີ້ຂາດການອ້າງອີງຈາກເອກະສານອ້າງອີງຫຼືແຫຼ່ງຂໍ້ມູນ. ກະລຸນາຊ່ອຍພັດທະນາບົດຄວາມນີ້ໂດຍຕື່ມແຫຼ່ງຂໍ້ມູນເປັນຕາເຊື່ອຖື. ເນື້ອຫາເຊິ່ງຂາດການອ້າງອີງອາດຖືກຄັດຄ້ານຫຼືນຳອອກ |
Quick Facts ພາສາພະມ້າ, ອອກສຽງ ...
ພາສາພະມ້າ | |
---|---|
မြန်မာဘာသာ | |
ອອກສຽງ | mjànmà bàθà |
ພາກພື້ນ | ພະມ້າ ໄທ ບັງກະລາເທດ ມາເລເຊຍ ສະຫະລັດອາເມລິກາ ສະຫະລາຊະອານາຈັກ ອົດສະຕາລີ ລາວ ສິງກະໂປ |
ຈຳນວນຜູ້ເວົ້າ | 32 ລ້ານ (ພາສາແມ່) ແລະພາສາທີ່ສອງ 10 ລ້ານ (ບໍ່ພົບວັນທີ) |
ຕະກຸນພາສາ | ຈີນຕິເບດ
|
ລະບົບການຂຽນ | ອັກສອນພະມ້າ |
ສະຖານະພາບທາງການ | |
ພາສາທາງການ | ມຽນມາ |
ຜູ້ວາງລະບຽບ | ຄະນະກຳມະການພາສາມຽນມາ |
ລະຫັດພາສາ | |
ISO 639-1 | my |
ISO 639-2 | bur (B) mya (T) |
ISO 639-3 | mya |
[[File:|300px]] |
Close