ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ
ພະມະຫາກະສັດໄທລຳດັບທີ 7 ແຫ່ງລາຊະວົງຈັກກີ / From Wikipedia, the free encyclopedia
ພະບາດສົມເດັດພະປໍຣະມິນມະຫາປະຊາທິປົກຯ ພະປົກເກົ້າເຈົ້າຢູ່ຫົວ ມີພະນາມເດີມວ່າ ສົມເດັດພະເຈົ້າລູກຍາເທີ ເຈົ້າຟ້າປະຊາທິປົກສັກດິເດດ (ໄທ:พระบาทสมเด็จพระปรมินทรมหาประชาธิปกฯ พระปกเกล้าเจ้าอยู่หัว) (ໄທ: สมเด็จเจ้าฟ้าประชาธิปกศักดิเดชน์ ສົມເດັຈເຈົ້າຟ້າປຣະຊາທິປົກສັກດິເດຊນ໌) ແມ່ນພະມະຫາກະສັດໃນລາຊະວົງຈັກກີ ລຳດັບທີ່ 7 ແຫ່ງລາຊະອານາຈັກສະຫຍາມ ສະເດັດພະລາຊະສົມພົບເມື່ອວັນພຸດ ແຮມ 14 ຄ່ຳ ເດືອນ 11 ປີມະເສັງ ເວລາ 12.25 ຫຼືກົງກັບວັນທີ່ 8 ພຶດສະຈິກາ ຄ.ສ.1893 ພະອົງເປັນພະລາຊະໂອລົດອົງທີ່ 76 ໃນພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ເປັນປີທີ່ 9 ໃນສົມເດັດພະສີພັດຊະຣິນທາບໍຣົມລາຊີນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ (ສົມເດັດພະນາງເຈົ້າເສົາວະພາຜ່ອງສີ ພະບໍຣົມລາຊິນີນາດ) ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວຂຶ້ນຄອງລາດເປັນພະມະຫາກະສັດ ເມື່ອວັນທີ່ 26 ພຶດສະຈິກາ ຄ.ສ.1925 ແລະຊົງສະຫຼະລາຊະບັນລັງເມື່ອວັນທີ່ 2 ມີນາ ຄ.ສ.1934 (ນັບສັກກະຫຼາດແບບເກົ່າ) ຮວມສິຣິລາຊະສົມບັດ 9 ປີ ສະເດັດສະຫວັນຄົດ ເມື່ອວັນທີ່ 30 ພຶດສະພາ ຄ.ສ.1941 ຮວມພະຊົນມະພັນສາ 48 ພັນສາ
ເຖິງແກ່ກຳ: 30 ພຶດສະພາ 1941; Surrey
ປະເທດ: ປະເທດໄທ
ຊື່ເກິດ: ประชาธิปกศักดิเดชน์ ชเนศรมหาราชาธิราช จุฬาลงกรณนารถวโรรส อุดมยศอุกฤษฐศักดิ์ อุภัยปักษนาวิล อสัมภินชาติพิสุทธ์ มหามงกุฎราชพงษบริพรรต บรมขัตติยมหารชดาภิสิญจนพรรโษทัย มงคลสมัยสมากร สถาวรวรัจฉริยคุณ อดุลยราชกุมาร
ຂໍ້ມູນຢ່າງເປັນທາງການ
ອາຊີບ: sovereign, monarch, ນັກການເມືອງ, ນັກດົນຕີ, social worker, military officer
ສະມາຄົມ
ຄອບຄົວ
ຄວາມຊງຈຳ
ຝັງ: Wat Ratchabophit, Chakri Maha Prasat Throne Hall
Insignia heraldica
ພະອົງປະຕິບັດພະລາຊະກໍລະນີຍະກິດຫຼາຍດ້ານ ເຊັ່ນ ດ້ານການປົກຄອງ ໂປດໃຫ້ຕັ້ງສະພາກຳມະການອົງຄະມົນຕີ ຊົງກາກົດໝາຍເພື່ອຄວບຄຸມການຄ້າທີ່ເປັນສາທາລະນູປະໂພກແລະການເງິນລະບົບເທດສະບານ ດ້ານການສາດສະໜາ ການສຶກສາ ປະເພນີແລະວັດທະນະທຳນັ້ນ ພະອົງໂປດໃຫ້ສ້າງຫໍພະສະໝຸດ ຊົງປະຕິຮູບການສຶກສາລະດັບມະຫາວິທະຢາໄລ ນອກຈາກນີ້ມີການປັບປຸງການສຶກສາຈົນຍົກລະດັບມາດຕະຖານເຖິງປະລິນຢາຕີ ຊົງຕັ້ງລາຊະບັນດິດຍະສະພາໂປດໃຫ້ຈັດພິມພະໄຕປິດົກສະບັບອັກສອນໄທສົມບູນຊື່ວ່າ "ພະໄຕປິດົກສະຫຍາມຣັດ"
ສຳລັບຊີວິດສ່ວນພະອົງນັ້ນ ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວຊົງອະພິເສກສົມລົດກັບສົມເດັດພະນາງເຈົ້າຣຳໄພພັນນີ ພະບໍຣົມລາຊິນີ (ໝ່ອມເຈົ້າຍິງຣຳໄພພັນນີ ສະຫວັດດິວັດ ຫຼື ທ່ານຍິງນາ) ບໍ່ມີພະລາຊະໂອລົດແລະພະລາຊະທິດາ ແຕ່ມີພະລາຊະໂອລົດບຸນທຳຄື ພະວໍລະວົງເທີ ພະອົງເຈົ້າຈິຣະສັກສຸປະພາດ
ແລະພະອົງໄດ້ຮັບການຍົກຍ່ອງຈາກອົງການຍູເນສໂກ (UNESCO) ໃຫ້ເປັນບຸກຄົນສຳຄັນຂອງໂລກ ເມື່ອວັນທີ່ 8 ພຶດສະຈິກາ ຄ.ສ.1993 ເນື່ອງໃນວະໂຣກາດສະຫຼອງວັນພະລາຊະສົມພົບຄົບ 100 ປີ