ປະເທດອາຟະການິດສະຖານ
ປະເທດໃນອາຊີໃຕ້ / From Wikipedia, the free encyclopedia
ອາຟະການິດສະຖານ ຫຼື ອັຟການິສະຖານ (ອັງກິດ: Afghanistan; ພາສໂຕ,ດາຣີ: افغانستان) ເປັນປະເທດໃນພາກພື້ນອາຊີໃຕ້ ມີອານາເຂດທາງທິດຕາເວັນຕົກຕິດກັບປະເທດອີຣານ ທາງທິດໃຕ້ແລະທິດຕາເວັນອອກຕິດກັບປາກິດສະຖານ ທາງທິດເໜືອຕິດກັບຕວັກເມນິດສະຖານ, ອຸດສະເບກິດສະຖານ ແລະ ຕັດຈິກິດສະຖານ ສ່ວນທາງທິດຕາເວັນອອກສຸດຕິດປະເທດຈີນ ອາຟະການິດສະຖານ ເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ມີອານາເຂດ 652,000 ກິໂລແມັດມົນທົນ ມີເມືອງຄາບູລແມ່ນເມືອງຫຼວງ ແລະ ແມ່ນເມືອງໃຫຍ່ທີ່ສຸດຂອງປະເທດ ມີປະຊາກອນ 39 ລ້ານຄົນ ເຊີ່ງແມ່ນສ່ວນໃຫຍ່ເປັນຊາດພັນຊາວອາຟະກັນ, ທາຈິກ, ຮາຊາຣາ ແລະ ຊາວອຸດສະເບກ
ເອເມີຣັດ ອິດສະລາມ ອາຟະການິດສະຖານ
| |
---|---|
ສະຖານະ | ລັດສະມາຊິກສະຫະປະຊາຊາດທີ່ມີລັດຖະບານທີ່ບໍ່ໄດ້ຮັບການຍອມຮັບ |
ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ກາບູລ 34°31′N 69°11′E [3] |
ພາສາລັດຖະການ |
|
ກຸ່ມຊົນເຜົ່າ |
|
ສາສະໜາ |
|
ເດມະນິມ | ຊາວອາຟະການິດສະຖານ[lower-alpha 2][12][13] |
ການປົກຄອງ | ລັດດ່ຽວໃນລະບົບອຳນາດທັງໝົດ[14] ເອມິເຣດສະເພາະການ ໃນລະບອບປະຊາທິປະໄຕອິດສະລາມ[15] |
• ຜູ້ນຳສູງສຸດ | ຮິມາຕູນລ໌ລໍຫ໌ ອະຄູນຊະດາຫ໌ |
• ນາຍົກລັດຖະມົນຕີ | ໂມຮຳມັດ ຮັສຊັນ ອັກຮຸນດ໌ (ຮັກສາການ) |
• ປະທານສານສູງສຸດ | ອັບດຸລ ຮາກິມອິສຮັກໄຊ |
ສະພານິຕິບັນຍັດ | ສະພາຜູ້ນຳ[16] |
ສະຖາປະນາ | |
• ອານາຈັກໂຮທັກ | 1709–1738 |
• ອານາຈັກດູຣານີ | 1747–1842 |
• ເອເມີຣັດ | 1823–1926 |
• ໄດ້ຮັບການຮັບຮອງ | 19 ສິງຫາ 1919 |
• ລາຊະອານາຈັກ | 9 ມິຖຸນາ 1926 |
• ປະກາດສະຖາປະນາອາຟະການິດສະຖານ | 17 ກໍລະກົດ 1973 |
• ເອມິເຣດອິດສະລາມ | 7 ກັນຍາ 1996 |
• ສາທາລະນະລັດອິດສະລາມ | 26 ມັງກອນ 2004 |
• ຕໍລິບານຍືດນະຄອນກາບູລ | 15 ສິງຫາ 2021 |
ພື້ນທີ່ | |
• ລວມ | 652,867[17] ຕາລາງກິໂລແມັດ (252,073 ຕາລາງໄມລ໌) (ອັນດັບທີ 40) |
ນ້ອຍ | |
ປະຊາກອນ | |
• 2022 ປະມານ | 38,346,720[18] (ອັນດັບທີ 37) |
48.08 ຕໍ່ຕາລາງກິໂລແມັດ (124.5 ຕໍ່ຕາລາງໄມລ໌) (ອັນດັບທີ 174) | |
GDP (ອຳນາດຊື້) | 2018 (ປະມານ) |
• ລວມ | 72.911 ຕື້ໂດລາສະຫະລັດ[19] (ອັນດັບທີ 96) |
• ຕໍ່ຫົວ | 2,024 ໂດລາສະຫະລັດ[19] (ອັນດັບທີ 169) |
GDP (ລາຄາຕະຫຼາດ) | 2018 (ປະມານ) |
• ລວມ | 21.657 ຕື້ໂດລາສະຫະລັດ[19] (ອັນດັບທີ 111) |
• ຕໍ່ຫົວ | 493 ໂດລາສະຫະລັດ[19] (ອັນດັບທີ 177) |
HDI (2021) | 0.478[20][21] ຕ່ຳ · ອັນດັບທີ 180 |
ສະກຸນເງິນ | ອາຟະການິ (افغانی) (AFN) |
ເຂດເວລາ | UTC+4:30 ປະຕິທິນຈັນທະຄະຕິ[22] (ເວລາອາຟະການິດສະຖານ) |
ບໍ່ມີ[23] | |
ຂັບລົດດ້ານ | ຂວາ |
ລະຫັດໂທລະສັບ | +93 |
ລະຫັດອິນເຕີເນັດ | .af افغانستان. |
ລະຫວ່າງການໂຄ່ນລົ້ມກຸ່ມຕາລີບັນໂດຍການຮຸກຮານອາຟະການິດສະຖານຂອງສະຫະລັດອາເມຣິກາ ແລະ ຄວາມສຳເລັດຂອງໂລຍາ ຈີຣ໌ກາ ໃນປີ 2003 ຊາວຕາເວັນຕົກຮຽກອາຟະການິດສະຖານວ່າ Transitional Islamic State of Afghanistan ຢ່າງໃດກໍດີ ພາຍໃຕ້ລັດຖະທຳມະນູນຂອງອາຟະການິດສະຖານສະບັບປັດຈຸບັນ ປະເທດນີ້ຮຽກວ່າ "ສາທາລະນະລັດ ອິດສະລາມ ອາຟະການິດສະຖານ" ໃນປັດຈຸບັນເປັນໜຶ່ງໃນປະເທດທີ່ຍາກຈົນທີ່ສຸດໃນໂລກ ຫຼັງຈາກທີ່ສະຫະລັດອາເມຣິກາຖອນກຳລັງອອກໄປ ກໍ່ມີການຮຸກຮານຄັ້ງໃຫຍ່ຂອງກຸ່ມຕາລີບັນໃນປີ 2021 ສົ່ງຜົນໃຫ້ຕາລີບັນຮຽກຄືນສູ່ອຳນາດອີກເທື່ອ