ປະເທດປອກຕຸຍການ
From Wikipedia, the free encyclopedia
ປອກຕຸຍການ[1] (ປອກຕຸຍການ: Portugal) ຫຼືຊື່ທາງການແມ່ນ ສາທາລະນະລັດປອກຕຸຍການ (ປອກຕຸຍການ: República Portuguesa) ແມ່ນສາທາລະນະລັດເຊິ່ງມີລະບອບການປົກຄອງແບບປະຊາທິປະໄຕ. ຕັ້ງຢູ່ໃນພາກຕາເວັນຕົກແລະຕາເວັນຕົກສຽງໃຕ້ຂອງຄາບສະໝຸດອີເບລີທາງຕອນໃຕ້ຂອງທະວີບເອີລົບ ແລະຖືວ່າເປັນປະເທດທີ່ຢູ່ທາງທິດຕາເວັນຕົກຫຼາຍທີ່ສຸດໃນບັນດາປະເທດໃນທະວີບເອີລົບທັງຫຼາຍ (ຍົກເວ້ນໝູ່ເກາະບະເຣຕາຍໃຫຍ່ແລະໝູ່ເກາະໃກ້ຄຽງ). ປອກຕຸຍການມີພົມແດນຕິດກັບແອສະປາຍໃນທາງທິດເໜືອແລະທິດຕາເວັນອອກ ແລະຢູ່ຕິດກັບມະຫາສະໝຸດອັດລັງຕີກໃນທາງທິດຕາເວັນຕົກແລະທິດໃຕ້. ນອກຈາກນີ້ ປອກຕຸຍການຍັງປະກອບໄປດ້ວຍອານາເຂດໝູ່ເກາະຢູ່ຫຼາຍໝູ່ເກາະດ້ວຍກັນໃນມະຫາສະໝຸດອັດລັງຕີກ ເຊັ່ນ ອາຊອກ (Azores ຫຼື Açores) ແລະເກາະມາເດລາແລະປອກຕຸຍຊັນຕູ (ລວມເຖິງໝູ່ເກາະຊາເວດດ້ວຍ).
Quick Facts ສາທະລະນະລັດປອກຕຸຍການ República Portuguesa (ປອກຕຸຍການ), ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ ...
ສາທະລະນະລັດປອກຕຸຍການ República Portuguesa (ປອກຕຸຍການ)
| |
---|---|
ຄຳຂວັນ: ບໍ່ມີ | |
ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ລີຊະບົນ |
ພາສາລັດຖະການ | ພາສາປອກຕຸຍການ1 |
ການປົກຄອງ | ປະຊາທິປະໄຕລະບົບລັດຖະສະພາ |
• ປະທານປະເທດ | ອານີບານ ກາວາກູ ຊີນວາ |
• ນາຍົກລັດຖະມົນຕີ | ເປດູ ປາຊູດ ກູເອນຢູ |
ການສ້າງຊາດ ຄ.ສ. 868 | |
• ເອກະລາດ | 24 ມິຖຸນາ ຄ.ສ. 1128 |
• ເປັນທີ່ຍອມຮັບ | 5 ຕຸລາ ຄ.ສ. 1143 |
0.5% | |
ປະຊາກອນ | |
• ກ.ຄ. 2005 ປະມານ | 10,495,000 (76) |
• ສຳມະໂນປະຊາກອນ 2544 | 10,148,259 |
GDP (ອຳນາດຊື້) | 2548 (ປະມານ) |
• ລວມ | 203.4 ພັນລ້ານໂດລາສະຫະລັດ (41) |
• ຕໍ່ຫົວ | 19,335 ໂດລາສະຫະລັດ (37) |
HDI (2546) | 0.904 ສູງຫຼາຍ · 27 |
ສະກຸນເງິນ | ຢູໂລ (€) 2 (EUR) |
ເຂດເວລາ | WET3 |
• ລະດູຮ້ອນ (ເວລາອອມແສງ) | UTC+1 (EST) |
ລະຫັດໂທລະສັບ | 351 |
ລະຫັດອິນເຕີເນັດ | .pt |
1ພາສາມີລັງແມ່ນພາສາທາງການຮ່ວມພື້ນທີ່ທາງຕາເວັນອອກສຽງເໜືອ 2ກ່ອນປີ ຄ.ສ. 1999: ອິດກູດູປອກຕຸຍການ 3ອາຊໍເລດ: UTC-1; UTC ໃນລະດູຮ້ອນ |
Close