ປະເທດນອກແວດ
From Wikipedia, the free encyclopedia
ນອກແວດ (ຝຣັ່ງ: Norvège) ຫຼື ນໍລະກະ (Norge) ມີຊື່ທາງການວ່າ ລາຊະອານາຈັກນອກແວດ (ຝຣັ່ງ: Royaume de Norvège) ແມ່ນປະເທດໃນເອີລົບເໜືອ. ທາງຕາເວັນຕົກຂອງແຫຼມສະກັງດີນາວີ ມີອານາເຂດຕິດກັບປະເທດຊູແອດ ແຟງລັງ ແລະລັດເຊຍ ແລະມີອານາເຂດທາງທະເລຕິດກັບມະຫາສະໝຸດອັດລັງຕິກ ໃກ້ກັບປະເທດດານມາກແລະສະຫະລາຊະອານາຈັກ. ນອກແວດມີຊາຍຝັ່ງຍາວແລະແມ່ນບ່ອນຕັ້ງຂອງຟີຢອດອັນມີຊື່ສຽງ.
| ||||
National anthem = Ja, vi elsker dette landet | ||||
Capital | Oslo | |||
Area | 385 207 km2[1] | |||
Population estimate | 5 550 203[2](2024) | |||
Country code | NO | |||
Time zone | CET +1 | |||
Calling code | +47 | |||
CCTLD (Internet) | .no |
ດິນແດນໝູ່ເກາະທີ່ຢູ່ໃກ້ຄຽງ ໄດ້ແກ່ ສະວາລະບາດແລະຢານມາເຢນ ຕ່າງກໍຢູ່ພາຍໃຕ້ອຳນາດອະທິປະໄຕຂອງນອກແວດແລະຖືວ່າແມ່ນສ່ວນນຶ່ງຂອງປະເທດ. ໃນຂະນະທີ່ເກາະບູວາເທີຢາໃນມະຫາສະໝຸດອັດລັງຕິກໃຕ້ ແລະເກາະພີເທີ ທີ 1 ໃນມະຫາສະໝຸດປາຊິຟິກໃຕ້ ມີຖານະເປັນຫົວເມືອງຂອງນອກແວດເທົ່ານັ້ນ ບໍ່ຖືເປັນສ່ວນນຶ່ງຂອງນອກແວດ. ນອກຈາກນີ້ ນອກແວດຍັງອ້າງສິດເໜືອດິນແດນດະໂລນິງໂມດລັນໃນທະວີບອັງຕາກຕິກ ເຊິ່ງແມ່ນບ່ອນຕັ້ງຂອງສະຖານີວິໄຈອີກນຳ.
- Bergen
- Geiranger
- Sognefjord
- Oslo
- West Norway coast
- Forest
- Norway Tradional House
- Oil platform