ກຸ ວໍຣະວົງສ໌
From Wikipedia, the free encyclopedia
ພນະທ່ານ ກຸ ວໍຣະວົງສ໌ ເປັນນັກການເມືອງລາວຜູ້ໜຶ່ງ ເກີດເມື່ອວັນທີ 6 ເດືອນທັນວາ 1914 ທີ່ເມືອງສະຫວັນນະເຂດ ແລະໄດ້ເຖິງແກ່ມໍຣະນະກັມ ຍ້ອນການຄາດທະກັມ ໃນຕຳແໜ່ງຣັຖມົນຕຣີກະຊວງປ້ອງກັນປະເທດ ໃນວັນທີ 18 ເດືອນກັນຍາ 1954 ຢູ່ນະຄອນວຽງຈັນ. ໃນລະຍະເວລາສົງຄາມໂລກຄັ້ງທີສອງ ທ່ານກຸ ວໍຣະວົງສ໌ ສັງກັດຢູ່ໃນຂະບວນການຕໍ່ຕ້ານການຄອບຄອງຊົ່ວຄາວຂອງຈັກກະພັດຍີ່ປຸ່ນ ແລະຕໍ່ມາກໍຮ່ວມໃນຄນະຕ້ານຂະບວນການລາວອິດສຣະ. ຕັ້ງແຕ່ປີ 1941 ເຖິງປີ 1954 ທ່ານກຸ ວໍຣະວົງສ໌ ໄດ້ດຳຣົງຕຳແໜ່ງເປັນ ເຈົ້າເມືອງ ເຈົ້າແຂວງ ຜູ້ແທນລາສດອນ ແລະຣັຖມົນຕຣີຂອງຣັຖບານພຣະຣາຊອານາຈັກລາວ.
ພຽງປະມານສອງເດືອນ ຫຼັງຈາກການເຊັນສັນຍາເຊີແນ໋ວວ໌ (Accords de Genève) ເພື່ອຕຽມສ້າງສັນຕິພາບໃນອິນໂດຈີນໃນປີ 1954 ວິກິຈການທາງການເມືອງຕໍ່ເນື່ອງຈາກການຄາດທະກັມຂອງທ່ານກຸ ວໍຣະວົງສ໌ ກໍເປັນເຫດໃຫ້ຣັຖບານທ່າອ່ຽງກາງ (ຝຣັ່ງສນັບສນູນ) ຕ້ອງລົ້ມທະລາຍລົງ. ແລະຕໍ່ມາ ກໍແມ່ນຣັຖບານກ້າວໜ້າ (ສນັບສນູນຈາກສະຫະຣັດອາເມຣິກາ) ເປັນຜູ້ຂຶ້ນກຳອຳນາດ. ເຫດການດັງກ່າວ ພໍດີເກິດຂຶ້ນໃນລະຍະທີ່ມີຄວາມເຄັ່ງຕຶງຂອງສົງຄາມເຢັນ ລະຫວ່າງສະຫະພາບໂຊວຽດ ແລະສະຫະຣັດອາເມຣິກາ ຊຶ່ງພໍຈະວິເຄາະໄດ້ວ່າ ນັບແຕ່ປີ 1955 ເປັນຕົ້ນໄປ ປະວັດສາດການເມືອງຂອງປະເທດລາວ ທີ່ເປັນປະເທດນ້ອຍໆ ແລະບໍ່ມີທາງອອກສູ່ທະເລ ກໍໄດ້ຕົກຢູ່ໃນແຮ້ວຢ່າງບໍ່ປະນອມຂອງການປະທະທາງດ້ານອຸດົມການ ລະຫວ່າງສະຫະຣັດອາເມຣິກາ (ທຶນນິຍົມ) ແລະສະຫະພາບໂຊວຽດ (ຄອມມູນິສ). ເປັນເຫດຜົນປະການໜື່ງ ທີ່ເຮັດໃຫ້ການສ້າງຕັ້ງຄວາມປອງດອງຊາດລາວ ບໍ່ໄດ້ຮັບຜົນສຳເຫລັດດັ່ງປາຣຖນາ.
ຢູ່ເມືອງສະຫວັນນະເຂດ (ປັດຈຸບັນເມືອງໄກສອນ ພົມວິຫານ) ມີຖນົນແລະສນາມກີລາໃສ່ຊື່ທ່ານກຸ ວໍຣະວົງສ໌ ແລະ ຢູ່ເມືອງທ່າແຂກ ກໍມີຖນົນໃສ່ຊື່ທ່ານ ເຊັ່ນດຽວກັນ. ນອກຈາກນີ້ ຕັ້ງແຕ່ປີ 1995 ເປັນຕົ້ນມາ ມີຮູບຫລໍ່ ສະຖິດຢູ່ເດີ່ນເຮືອນກຳເນີດ ສຖານທີ່ໆທ່ານກຸ ວໍຣະວົງສ໌ ເຄີຍດຳເນີນຊີວິດມາແຕ່ຍັງໜຸ່ມນ້ອຍ.